ຂ່າວສານ ແລະ ກິດຈະກຳ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ເພື່ອສົ່ງເສີມການນຳໃຊ້ສິ່ງເສດເຫຼືອຈາກສະໜາມຂີ້ເຫຍື້ອ ເປັນເຊື້ອເພີງທົດແທນໃນໂຮງງານຊີມັງ

ວັນທີ: 29-07-2022


Cover image

 

 

ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2022 ທີ່ຜ່ານມານີ້, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ລະຫວ່າງ ກົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກຳ ແລະ ການຄ້າ ກັບ ບໍລິສັດ ຄຳມ່ວນ ຊີມັງ ຈຳກັດ ເພື່ອສົ່ງເສີມການນຳໃຊ້ສິ່ງເສດເຫຼືອຈາກສະໜາມຂີ້ເຫຍື້ອເປັນເຊື້ອເພີງທົດແທນໃນໂຮງງານຊີມັງ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກໍາ ແລະ ຫັດຖະກໍາ ແລະ ທ່ານ ພີຣະມາດ ວະຈະນານະວັດ ຜູ້ອໍານວຍການບໍລິສັດ ຄຳມ່ວນ ຊີມັງ ຈຳກັດ. ຊຶ່ງມີຜູ້ເຂົ້າຮ່ວມເປັນພະຍານຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ພາກເອກະຊົນ. ໂຄງການຮ່ວມມືດັ່ງກ່າວ ເປັນບາດກ້າວລິເລີ່ມທີ່ສໍາຄັນຂອງການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນການແກ້ໄຂບັນຫາສິ່ງແວດລ້ອມທີ່ເກີດຈາກການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງ ແລະ ບັນຫາສິ່ງເສດເຫຼືອຈາກຊຸມຊົນ, ໂດຍມີຈຸມົ້ງໝາຍເພື່ອຫຼຸດຜ່ອນການປ່ອຍທາດອາຍເຮືອແກ້ວທີ່ເກີດຈາກການຜະລິດຊີມັງດ້ວຍການນໍາໃຊ້ເຊື້ອເພີງ RDF3 ແທນການນໍາໃຊ້ຖ່ານຫີນ ແລະ ຫຼຸດຜ່ອນການຝັງກົບສິ່ງເສດເຫຼືອຢູ່ສະໜາມຂີ້ເຫຍື້ອ ດ້ວຍການນໍາເອົາສິ່ງເສດເຫຼືອມາຜະລິດຄືນໃໝ່. ນອກຈາກນີ້, ການຈັດຕັ້ງປະຕິບັດໂຄງການດັ່ງກ່າວຍັງເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຕາມທິດສີຂຽວ ແລະ ຍືນຍົງ, ໂດຍສະເພາະການສ້າງໂຮງງານອຸດສາຫະກຳສີຂຽວ, ສົ່ງເສີມການຜະລິດທີ່ສະອາດ (ການນໍາໃຊ້ວັດຖຸດິບ ແລະ ພະລັງ ງານຢ່າງມີປະສິດທິພາບ), ສົ່ງເສີມການຈັດຕັ້ງປະຕິບັດ 3R ໃນໂຮງງານ ຈັດຕັ້ງປະຕິບັດຍຸດທະສາດນະໂນບາຍ.
ສໍາລັບ RDF3 ຈະດໍາເນີນການຜະລິດໂດຍ ບໍລິສັດ ວຽງຈັນບໍລິຫານຈັດການສິ່ງເສດເຫຼືອ ຈໍາກັດ ຊຶ່ງຈະເລີ່ມສະໜອງໃຫ້ໂຮງງານຜິດລິດຊີມັງ ຂອງບໍລິສັດຄໍາມ່ວນຊີມັງລາວ ໃນເດືອນມັງການ 2023 ໃນປະລິມານ 1.100 ຫາ 1.500 ໂຕນ/ເດືອນ.

 

Kp


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.