ຂ່າວສານ ແລະ ກິດຈະກຳ

ກອງປະຊຸມຄັ້ງປະຖົມມະເລີກການຮ່ວມມືສອງຝ່າຍ ລາວ-ລັດເຊຍ ກ່ຽວກັບການນໍາໃຊ້ທາດໄຍຫີນຂາວຢ່າງປອດໄພ

ວັນທີ: 29-07-2022


Cover image

ກອງປະຊຸມຄັ້ງປະຖົມມະເລີກການຮ່ວມມືສອງຝ່າຍ ລາວ-ລັດເຊຍ ກ່ຽວກັບການນໍາໃຊ້ທາດໄຍຫີນຂາວຢ່າງປອດໄພ

 

ໃນ​ວັນ​ທີ 8 ກໍລະກົດ 2022 ກົົມອຸດສາຫະກໍາ ແລະ ຫັດຖະກໍາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງປະຊຸມປຶກສາຫາລື ລະຫວ່າງຄະນະຊ່ຽວຊານຝ່າຍລາວ ຮ່ວມກັບຄະນະຊ່ຽວຊານ ສ.ລັດເຊຍ ກ່ຽວກັບການຮ່ວມມື ສຶກສາການນໍາໃຊ້ທາດໄຍຫີນຂາວ ແລະ ວັດສະດຸທີ່ມີສ່ວນປະກອບຂອງທາດໄຍຫີນຂາວ ຢູ່ ສປປ ລາວ ໃນຮູບແບບກອງປະຊຸມທາງໄກ ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ປອ ບົວ​ວັນ ວິລະ​ວົງ, ຫົວໜ້າກົມ​ອຸດສາຫະກໍາ ​ແລະ ຫັດຖະ​ກໍາ ໂດຍມີຜູ້ເຂົ້າຮ່ວມຈາກ ກະຊວງ​ການ​ຕ່າງປະ​ເທດ, ກະຊວງ​ສຶກສາ​ທິການ ​ແລະ ກິລາ, ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງ​ຄົມ ​ແລະ ສູນ​ມະ​ເຮັງ​ໂຮງໝໍມິດຕະພາບ ແລະ ​ເຂົ້າຮ່ວມຝ່າຍ​ລັດ​ເຊຍ​ປະກອບ​ມີ ກົມ​ໂລຫະ​ວິທະຍາ ​ແລະ ວັດຖຸ, ກະຊວງ​ອຸດສາຫະກໍາ ​ແລະ ການ​ຄ້າ​ ສ.ລັດ​ເຊຍ, ສະຖານທູດ​ລັດ​ເຊຍ​ປະ​ຈໍາ​ລາວ, ກະຊວງ​ພັດທະນາ​ເສດຖະກິດ​ ສະຫະພັນ​ລັດ​ເຊຍ, ສະ​ຖາ​ບັນ​ທາດ​ໄຍຫີນ​ຂາວ ສ.ລັດ​ເຊຍ, ສູນ​ພັດທະນາ​ເຕັກ​ໂນ​ໂລ​ຊີ, ສະ​ຖາ​ບັນ​ຊັບພະຍາກອນ​ແຮ່​ທາດ ​ແລະ ສູນ​ການ​ວິ​ເຄາະ​ຂໍ້​ມູນ​ຂ່າວສານກ່ຽວກັບ​ກິດຈະ​ກໍາ​ການ​ຄ້າ​ຕ່າງປະ​ເທດ, ກະຊວງອຸດສາຫະກໍາ ​ແລະ ການ​ຄ້າ ສ.ລັດ​ເຊຍ.


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.