ຂ່າວສານ ແລະ ກິດຈະກຳ

ກອງ​ປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ

ວັນທີ: 29-06-2023


Cover image

ບົດລົງຂ່າວ

ກອງ​ປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ
ການ​ເຜີຍ​ແຜ່ລະບຽບການ ແລະ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການດຳເນີນທຸລະກິດບໍລິການຄວາມປອດໄພທາງເຄມີ
ວັນທີ 28 ມີຖຸນາ-1ກໍລະກົດ 2023
ໃນລະຫວ່າງວັນທີ ວັນທີ 28 ມີຖຸນາ-1ກໍລະກົດ 2023 , ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງ​ປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ, ການ​ເຜີຍ​ແຜ່ລະບຽບການ ແລະ ຜ່ານຮ່າງຂໍ້ຕົກລົງວ່າດ້ວຍ ການດຳເນີນທຸລະກິດບໍລິການຄວາມປອດໄພທາງເຄມີ ທີ່ແຂວງອຸດົມໄຊ. ໂດຍການເປັນປະທານຮ່ວມຂອງທ່ານ ຄໍານ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ທ່ານ ສຸລິນ ມິດຕະພາບ ຮອງຫົວ ໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ, ເຊິ່ງມີຜູ້ເຂົ້າຮ່ວມຈາກຕາງໜ້າກົມອ້ອມຂ້າງກະຊວງ ອຸດສາຫະກຳ ແລະ ການຄ້າ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ອຸດົມໄຊ, ແຂວງຊຽງຂວາງ, ແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງຜົງສາລີ ແລະ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫົວພັນ, ພາກທຸລະກິດທີ່ໄດ້ນໍາໃຊ້ເຄມີ ແລະ ຜູ້ທີ່ດໍາເນີນກິດຈະການກ່ຽວກັບເຄມີໃນ 06 ແຂວງ. ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ສອນໃຫ້ຜູ້ເຂົ້າຮ່ວມຮູ້ກ່ຽວກັບວິທີການນໍາໃຊ້ຖານຂໍ້ມູນເຄມີແຫ່ງຊາດ ເປັນຕົ້ນ: ການປ້ອນຂໍ້ມູນບໍລິສັດ, ການຂໍອະນຸຍາດນຳເຂົ້າ, ສົ່ງອອກ, ສົ່ງຜ່ານ, ແຜນປະຈຳປີ, ຂື້ນທະບຽນບັນຊີ ແລະ ອື່ນໆ. ລວມທັງ​ເຜີຍ​ແຜ່ກົດໝາຍ ແລະ ລະບຽບການກ່ຽວກັບເຄມີ, ລະບຽບການ​ຄຸ້ມ​ຄອງ​ໂຮງງານ, ແຈ້ງການກ່ຽວກັບ​ວຽກງານ​ສິ່ງ​ແວດ​ລ້ອມ​ໂຮງງານອຸດສາຫະກຳ, ຜ່ານ (ຮ່າງ) ຂໍ້ຕົກລົງວ່າດ້ວຍການດໍາເນີນທຸລະກິດບໍລິການຄວາມປອດໄພ ກ່ຽວກັບ​ເຄມີ ແລະ ໄດ້ແລກປ່ຽນຄຳເຫັນຕໍ່ກັບການຈັດຕັ້ງປະຕິບັດລະບຽບການຢ່າງກົງໄປກົງມາ ແລະ ມີເນື້ອໃນສຳຄັນ.

 

 


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.