ຂ່າວສານ ແລະ ກິດຈະກຳ

ຄະນະຊ່ຽວສະຫະພັນລັດເຊຍ ລົງຢ້ຽມຍາມໂຮງງານຜະລິດກະເບື້ອງ

ວັນທີ: 04-08-2023


Cover image

 

ໃນຕອນບ່າຍວັນທີ 31 ກໍລະກົດ 2023 ກົມອຸດສາຫະກຳ ແລະ ຫັດຖະກຳ ຮ່ວມກັບ ຄະນະຜູ້ແທນສະຫະພັນລັດເຊຍ ໄດ້ລົງຢ້ຽມຍາມໂຮງງານຜະລິດກະເບື້ອງ 02 ແຫ່ງ ທີ່ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ ຄື: ໂຮງງານ ຊັນ ຜະລິດວັດສະດຸກໍ່ສ້າງ ບ້ານໂພນທອງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ແລະ ໂຮງງານກະເບື້ອງ DDK ບ້ານໜອງຂອນ, ເມືອງໂພນໂຮງ, ແຂວງວຽງຈັນ. ເພື່ອພົບປະ, ແລກປ່ຽນຂໍ້ມູນ ແລະ ແນະນໍາການນໍາໃຊ້ທາດໄຍຫີນຂາວຢ່າງປອດໄພແກ່ຜູ້ປະກອບການ.


ນອກຈາກນີ້, ກໍໄດ້ແນະນໍາກ່ຽວກັບຂະບວນການຜະລິດ, ວິທີການປ້ອງກັນ ແລະ ການກໍາຈັດສິ່ງເສດເຫຼືອໃຫ້ຖືກວິທີ ລວມທັງເຜີຍແຜ່ຂໍ້ມູນຜົນວິໄຈທາງດ້ານວິທະຍາສາດກ່ຽວກັບຄຸນລັກສະນະຂອງທາດໄຍຫີນ ໃຫ້ຜູ້ປະກອບການ.


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.