ຂ່າວສານ ແລະ ກິດຈະກຳ

ຄະນະຊ່ຽວຊານຈາກສະຫະພັນລັດເຊຍ ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ກ່ຽວກັບການຄຸ້ມຄອງ ແລະ ການນໍາໃຊ້ທາດໄຍຫີນຂາວຢ່າງປອດໄພ (Chrysotile)

ວັນທີ: 04-08-2023


Cover image

 

ໃນຕອນເຊົ້າວັນທີ 31 ກໍລະກົດ 2023 ທີ່ຜ່ານມາ ຄະນະຊ່ຽວຊານຈາກສະຫະພັນລັດເຊຍ ໄດ້ເຂົ້າພົບ ທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມືລາວ-ລັດເຊຍ ໃນການສຶກສາຂໍ້ມູນ ການຄຸ້ມຄອງການນໍາທາດໄຍຫີນຂາວຢ່າງໄພໃນ ສປປ ລາວ ລວມທັງວັດສະດຸທີ່ມີສ່ວນປະສົມຂອງທາດໄຍຫີນຂາວ ໂດຍສະເພາະການກໍານົດຫົວຂໍ້ທີ່ຈະດຳເນີນການສຶກສາຮ່ວມກັນ ຊຶ່ງຜົນການສຶກສາດັ່ງກ່າວຈະເປັນບ່ອນອີງສໍາຄັນໃຫ້ ສປປ ລາວ ໃນການຄຸ້ມຄອງການນໍາໃຊ້ທາດໄຍຫີນຂາວໃນຕໍ່ໜ້າ.


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.