ຂ່າວສານ ແລະ ກິດຈະກຳ

ກອງປະຊຸມເຜີຍແຜ່ລະບຽບການ ແລະ ຝຶກອົບຮົມຖານຂໍ້ມູນເຄມີແຫ່ງຊາດ

ວັນທີ: 07-02-2024


Cover image

ກອງປະຊຸມເຜີຍແຜ່ລະບຽບການ ແລະ ຝຶກອົບຮົມຖານຂໍ້ມູນເຄມີແຫ່ງຊາດ

ໃນວັນທີ 1-2 ກຸມພາ 2024 ກົມອຸດສາຫະກຳ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ໄດ້ຈັດກອງປະຊຸມເຜີຍແຜ່ລະບຽບການກ່ຽວກັບວຽກງານຄຸ້ມຄອງເຄມີ  ແລະ ຈັດຝຶກອົບຮົມການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ ຂຶ້ນທີ່ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ ໂດຍການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ ຮອງຫົວໜ້າກົມອຸດສາຫະກຳ ແລະ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນເປັນເວລາ 2 ວັນ ໂດຍມີທັງການເຜີຍແຜ່ລະບຽບການທີ່ສຳຄັນ ເປັນຕົ້ນ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ແຈ້ງການຂອງລັດຖະບານ ແລະ ບັນດາຂໍ້ຕົກລົງກ່ຽວກັບການຄຸ້ມຄອງເຄມີ ແລະ ການຝຶກອົບຮົມການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ ໃຫ້ແກ່ພາກລັດ ແລະ ພາກທຸລະກິດ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 60 ກວ່າຄົນ.

 

 


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.