ຂ່າວສານ ແລະ ກິດຈະກຳ

ກອງປະຊຸມສ້າງຄວາມເຂັ້ມແຂງ ແລະ ປຶກສາຫາລື ກ່ຽວກັບວຽກງານຄຸ້ມຄອງເຄມີ ໃນວັນທີ 07 ກຸມພາ 2024 ທີ່ແຂວງໄຊສົມບູນ

ວັນທີ: 07-02-2024


Cover image

ກອງ​ປະຊຸມສ້າງຄວາມເຂັ້ມແຂງ ແລະ ປຶກສາຫາລື ກ່ຽວກັບວຽກງານຄຸ້ມຄອງເຄມີ ໃນວັນທີ 07 ກຸມພາ 2024 ທີ່ແຂວງໄຊສົມບູນ

ໃນວັນທີ 07 ກຸມພາ 2024 , ກົມອຸດສາຫະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດກອງ​ປະຊຸມສ້າງຄວາມເຂັ້ມແຂງ ແລະ ປຶກສາຫາລື ກ່ຽວກັບວຽກງານຄຸ້ມຄອງເຄມີ ທີ່ແຂວງໄຊສົມບູນ. ໂດຍການເປັນປະທານຂອງ ທ່ານ ສຸກສະຫວາດ ວົງພູມເຫຼັກ, ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງໄຊສົມບູນ, ເຊິ່ງມີຜູ້ເຂົ້າຮ່ວມຈາກພະແນກອຸດສາຫະກໍາ ແລະ ການຄ້າ, ພະແນກພະລັງງານ ແລະ ບໍ່ແຮ່, ພະແນກ ກະສິກໍາ ແລະ ປ່າໄມ້, ພະແນກສາທາລະນະສຸກ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງວ່າການແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ 5 ເມືອງໃນແຂວງໄຊສົມບູນ, ພາກທຸລະກິດທີ່ໄດ້ນໍາໃຊ້ເຄມີ ແລະ ຜູ້ທີ່ດໍາເນີນກິດຈະການກ່ຽວກັບເຄມີພາຍໃນແຂວງໄຊສົມບູນ. ກອງປະຊຸມຄັ້ງນີ້ໄດ້ ​ເຜີຍ​ແຜ່ກົດໝາຍ, ລະບຽບການກ່ຽວກັບເຄມີ ແລະ ໄດ້ແລກປ່ຽນຄຳເຫັນຕໍ່ກັບການຈັດຕັ້ງປະຕິບັດລະບຽບການຢ່າງກົງໄປກົງມາ ແລະ ມີເນື້ອໃນສຳຄັນ


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.