ຂ່າວສານ ແລະ ກິດຈະກຳ

ກອງປະຊຸມເຜີຍແຜ່ກົດໝາຍ, ລະບຽບການກ່ຽວກັບເຄມີ ແລະ ການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ ໃນວັນທີ 15 ກຸມພາ 2024 ທີ່ແຂວງວຽງຈັນ

ວັນທີ: 19-02-2024


Cover image

 

              ໃນວັນທີ 15 ກຸມພາ 2024, ກົມອຸດສາຫະກຳ, ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ລະບຽບການລຸ່ມກົດໝາຍ ແລະ ການນຳໃຊ້ຖານຂໍ້ມູນເຄມີແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄຳນ້ອຍ ຈັນເພັງໄຊ, ຮອງຫົວໜ້າກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ບຸນພຽນ ວໍລະວົງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມຈາກພະແນກອຸດສາຫະກໍາ ແລະ ການຄ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ພາຍໃນແຂວງວຽງຈັນ, ຂະແໜງການທີ່ກ່ຽວຂ້ອງ ແລະ ພາກທຸລະກິດ ລວມທັງໝົດ 50 ທ່ານ. ກອງປະຊຸມຄັ້ງນີ້ໄດ້ລົງເລິກກ່ຽວກັບວຽກງານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄມີເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016, ຂໍ້ຕົກລົງວ່າດ້ວຍບັນຊີເຄມີອຸດສາຫະກຳ, ຂໍ້ຕົ້ກລົງວ່າດ້ວຍການຂຶ້ນທະບຽນບັນຊີເຄມີ, ການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ, ຂໍ້ຕົກລົງວ່າດ້ວຍການເກັບຮັກສາເຄມີ, ຂໍ້ຕົກລົງວ່າດ້ວຍສະຫຼາກເຄມີ, ແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 16/ຫສນຍ, ລົງວັນທີ 3 ມັງກອນ 2024 ແລະ ການສ້າງຄວາມເຂັ້ມແຂງໃຫ້ພະນັກງານຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຜູ້ດຳເນີນທຸລະກິດກ່ຽວກັບເຄມີ ກ່ຽວກັບການຂໍອະນຸຍາດນຳເຂົ້າ, ສົ່ງອອກເຄມີຜ່ານລະບົບອອນລາຍ. ນອກນີ້ກອງປະຊຸມຍັງໄດ້ແລກປ່ຽນຄຳເຫັນຕໍ່ກັບວຽກງານຄຸ້ມຄອງເຄມີຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານຄຸ້ມຄອງເຄມີ ມີປະສິດຕິພາບ, ປະສິດທິຜົນ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ກັບສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ. ກອງປະຊຸມຄັ້ງນີ້ໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ແລະ ປິດລົງຢ່າງຈົບງາມ.


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.