ຂ່າວສານ ແລະ ກິດຈະກຳ

ກອງປະຊຸມປຶກສາຫາລືການຄຸ້ມຄອງເຄມີແຫ່ງຊາດ ໃນວັນທີ 6 ພຶດສະພາ 2024 ທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອັດຕະປື

ວັນທີ: 09-05-2024


Cover image

 

ເພື່ອເຮັດໃຫ້ຜູ້ດຳເນີນທຸລະກິດ ຫຼື ຜູ້ຄຸ້ມຄອງຈາກອົງການຂອງລັດ ຢູ່ແຂວງ ອັດຕະປື ໄດ້ນຳໃຊ້ລະບົບຖານຂໍ້ມູນເຄມີຢ່າງຖືກຕ້ອງ, ສອດຄ່ອງຕາມຫລັກວິຊາການ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ.

ມາໃນວັນທີ 6 ພຶດສະພານີ້ ກົມອຸດສາຫະກໍາ, ກະຊວງ​ອຸດສາຫະກໍາ​ ແລະ ການຄ້າ ຮ່ວມກັບ​ ພະແນກ​ອຸດສາຫະກຳ​ ແລະ​ ການຄ້າແຂວງ​ ອັດຕະປື ໄດ້ຈັດກອງປະຊຸມປຶກສາຫາລືການຄຸ້ມຄອງຖານຂໍ້ມູນເຄມີແຫ່ງຊາດຂຶ້ນ ໂດຍການເປັນປະທານຮ່ວມຂອງ​ ທ່ານ ໄວຍະກອນ ສີສະຫວັດ ຫົວໜ້າພະແນກຄຸ້ມຄອງເຄມີ, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ,​ ມີທ່ານ​ ພູໄຊ ວໍລະລາດ ຮອງຫົວໜ້າພະແນກອຸດສາຫະກໍາ​ ແລະ​ ການຄ້າ​ແຂວງ​ ອັດຕະປື, ມີຜູ້ຕາງໜ້າຂະແໜງການກ່ຽວຂ້ອງ, ພະນັກງານວິຊາການ ແລະ ຜູ້ປະກອບການໃນທົ່ວແຂວງເຂົ້າຮ່ວມ.

ໃນກອງປະຊຸມ​ ໄດ້ມີການຜ່ານບົດ​ນໍາສະເໜີ​ກ່ຽວກັບກົດໝາຍ ວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016, ເຜີຍແຜ່ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 16/ສຫນຍ, ລົງວັນທີ 03 ມັງກອນ 2024 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄມີ; ນໍາສະເໜີ ຂໍ້ຕົກລົງ ວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0220/ອຄ.ກອຫ, ລົງວັນທີ 23 ມິນາ 2021; ນໍາສະເໜີ ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນບັນຊີເຄມີ, ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ ສະບັບເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020; ນຳສະເໜີ ຂໍ້ຕົກລົງວ່າດ້ວຍການສາງເກັບຮັກສາເຄມີສະບັບເລກທີ 0072/ອຄ.ກອຫ, ລົງວັນທີ 01 ກຸມພາ 2021; ຂໍ້ຕົກລົງວ່າດ້ວຍສະຫຼາກເຄມີສະບັບເລກທີ 0863/ອຄ.ກອຫ, ລົງວັນທີ 15 ກັນຍາ 2021; ອະທິບາຍປະຫວັດຄວາມເປັນມາຂອງຖານຂໍ້ມູນເຄມີແຫ່ງຊາດ ພ້ອມຝຶກການຂຶ້ນທະບຽນຜູ້ນໍາໃຊ້ລະບົບຂໍ້ມູນ, ການແຈ້ງແຜນປະຈຳປີຂອງບໍລິສັດ ຜ່ານລະບົບອອນລາຍ, ການຍື່ນໃບຄຳຮ້ອງ ຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກແບບອອນລາຍ ແລະ ການຮຽກເອີ້ນຂໍ້ມູນປະຫວັດການດຳເນີນການຜ່ານມາ ກ່ຽວກັບການນຳໃຊ້ຖານຂໍ້ມູນເຄມີ, ການຄຸ້ມຄອງເຄມີ, ສິ່ງແວດລ້ອມ,​ ການຄຸ້ມຄອງໂຮງງານ​ ແລະ​ ເຜີຍແຜ່ລະບຽບການທີ່​ກ່ຽວຂ້ອງ.​ ຈາກນັ້ນ​ ກໍ່ປຶກສາຫາລືປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍ ການດຳເນີນທຸລະກິດບໍລິການຄວາມປອດໄພທາງເຄມີລວມມີ ເຊິ່ງວຽກງານຄຸ້ມຄອງເຄມີ ຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ຍ້ອນວ່າມັນຕິດພັນກັບຊີວິດການເປັນຢູ່ ແລະ ການພັດທະນາເສດຖະກິດ​-ສັງຄົມ ທຸກໆວັນຕ້ອງໄດ້ສຳພັດກັບເຄມີ ເຊັ່ນ: ຢາສີຟັນ, ຢາສະຜົມ, ແຟັບ, ສະບູ, ຢາຂ້າຍຸງ, ໃນການພັດທະນາເສດຖະກິດ-​ສັງຄົມ​ ບໍ່ວ່າຈະເປັນໂຮງງານອຸດສາຫະກຳປຸງແຕ່ງ, ກະສິກຳ, ສາທາລະນະສຸກ, ບໍ່ແຮ່ ແລະ ຂະແໜງການອື່ນໆ ກໍ່ລ້ວນແຕ່ມີການນຳໃຊ້ເຄມີ ເພື່ອປຸງແຕ່ງຜະລິດຕະພັນ, ປິ່ນປົວສຸຂະພາບ, ຂ້າສັດຕູພືດ, ຂ້າຫຍ້າ ແລະ ອື່ນໆ, ເຄມີແຕ່ລະຊະນິດລ້ວນແຕ່ມີ ຄຸນປະໂຫຍດ ແລະ ໂທດໃນລະດັບທີ່ແຕກຕ່າງກັນ​ຂື້ນກັບການນຳໃຊ້, ເກັບຮັກສາ, ບຳບັດ ແລະ ການກຳຈັດ ທີ່ຖືກຕ້ອງຕາມຫຼັກວິຊາການ​ ສຳລັບຢູ່ໃນທ້ອງຖິ່ນກໍ່ຄືຢູ່ໃນທົ່ວປະເທດຕ້ອງໄດ້ຄຸ້ມຄອງ-​ນໍາໃຊ້ ໃຫ້ມີຄວາມເໝາະສົມ ແລະ ສຶກສາຂໍ້ມູນຂອງເຄມີນັ້ນໆໃຫ້ລະອຽດ ເພື່ອຮັບປະກັນໃຫ້ແກ່ການນຳເຂົ້າ, ເຄື່ອນຍ້າຍ, ຈໍາໜ່າຍ, ເກັບຮັກສາ, ນໍາໃຊ້, ກຳຈັດ ແລະ ບຳບັດ ໃຫ້ຖືກຕ້ອງ, ສອດ ຄ່ອງຕາມຫຼັກວິຊາການ ແລະ ຮັບປະກັນບໍ່ໃຫ້ມີຜົນກະ ທົບຕໍ່ ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ປັດຈຸບັນ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໂດຍສະເພາະ ການສ້າງລະບຽບການລຸ່ມກົດໝາຍ ວ່າດ້ວຍການຄຸ້ມຄອງເຄມີ, ການສ້າງຄວາມເຂັ້ມແຂງ, ສ້າງບັນຊີເຄມີອັນຕະລາຍ 4 ປະເພດ ຈັດຕັ້ງປະຕິບັດໃຫ້ເປັນໂຄງການສ້າງຖານຂໍ້ມູນເຄມີແຫ່ງຊາດ ເພື່ອທົດລອງນຳໃຊ້ລະບົບຖານຂໍ້ມູນດັ່ງກ່າວໃຫ້ໄດ້ຮັບໝາກຜົນດີ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້. ແນວໃດກໍດີຫວັງວ່າຜູ້ເຂົ້າຮ່ວມຈະພ້ອມກັນເອົາໃຈໃສ່ຄົ້ນຄວ້າຢ່າງເລີກເຊິ່ງ ເພື່ອເຮັດໃຫ້ການນຳໃຊ້ຖານຂໍ້ມູນເຄມີຢູ່ແຂວງ ອັດຕະປື ຄ່ອງແຄ້ວ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄມີ ຖືກຕ້ອງ, ສອດຄ່ອງ​ ກັບ ກົດໝາຍ, ລະບຽບການ  ແລະ ແຜນພັດທະນາເສດຖະກິດ​-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ, ສົມບູນ ແລະ ຍືນຍົງ.


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.