ຂ່າວສານ ແລະ ກິດຈະກຳ

ກອງປະຊຸມສ້າງຄວາມເຂັ້ມແຂງ ແລະ ປຶກສາຫາລືກ່ຽວກັບວຽກງານການຄຸ້ມຄອງເຄມີ ໃນວັນທີ 7 ພຶດສະພາ 2024 ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະການຄ້າ ແຂວງເຊກອງ

ວັນທີ: 09-05-2024


Cover image

 

ກອງປະຊຸມສ້າງຄວາມເຂັ້ມແຂງ ແລະ ປຶກສາຫາລືກ່ຽວກັບວຽກງານການຄຸ້ມຄອງເຄມີ ຈັດຂຶ້ນໃນວັນທີ 7 ພຶດສະພາ 2024 ທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະການຄ້າ (ພອຄ) ແຂວງເຊກອງ ໂດຍການເຂົ້າຮ່ວມຂອງທ່ານ ເພັດສະໝອນ ບູລະມາດ ຮອງຫົວຫໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ໄວຍະກອນ ສີສະຫວັດ ຫົວໜ້າພະແນກເຄມີ ກົມອຸດສາຫະກຳ ພ້ອມດ້ວຍຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ຜູ້ປະກອບການ ບໍລິສັດ ແລະ ໂຮງງານທີ່ນໍາໃຊ້ເຄມີເຂົ້າຮ່ວມ.

ທ່ານ ເພັດສະໝອນ ບູລະມາດ ກ່າວວ່າ: ຈຸດປະສົງກອງປະຊຸມຄັ້ງນີ້ ກໍເພື່ອເຜີຍແຜ່ກົດໝາຍ ແລະນິຕິກຳຕ່າງໆ ກ່ຽວກັບການຄຸ້ມຄອງເຄມີແຫ່ງຊາດ ທັງນີ້ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະປຶກສາຫາລືກ່ຽວກັບວຽກງານຕອບໂຕ້, ຄຸ້ມຄອງເຄມີ ແນໃສ່ປ້ອງກັນຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ສັງຄົມ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ເພື່ອເຮັດໃຫ້ການນໍາໃຊ້ຖານຂໍ້ມູນເຄມີ ມີຄວາມຄ່ອງແຄ້ວ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄມີ ຖືກຕ້ອງ, ສອດຄ່ອງກັບກົດໝາຍ, ລະບຽບການ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ, ສົມດຸນ ແລະ ຍືນຍົງ.

ທ່ານ ໄວຍະກອນ ສີສະຫວັດ ໄດ້ນໍາສະເໜີກົດໝາຍ ວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016, ລວມມີ IX ພາກ 81 ມາດຕາ ແລະ ເຜີຍແຜ່ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 16/ສຫນຍ, ລົງວັນທີ 03 ມັງກອນ 2024 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຄຸ້ມຄອງເຄມີ; ຜ່ານຂໍ້ຕົກລົງ ວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລດທີ 0220/ອຄ.ກອຫ, ລົງວັນທີ 23 ມີນາ 2021; ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນບັນຊີເຄມີ, ນໍາເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ ສະບັບ ເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020; ຂໍ້ຕົກລົງວ່າດ້ວຍການສາງເກັບຮັກສາເຄມີ ສະບັບເລກທີ 0072/ອຄ.ກອຫ, ລົງວັນທີ 01 ກຸມພາ 2021; ຂໍ້ຕົກລົງວ່າດ້ວຍສະຫລາກເຄມີ ສະບັບເລກທີ 0863/ອຄ.ກອຫ, ລົງວັນທີ 15 ກັນຍາ 2021.

ນອກຈາກນີ້, ຍັງໄດ້ຝຶກການນໍາໃຊ້ຖານຂໍ້ມູນ ໃຫ້ຜູ້ເຂົ້າຮ່ວມຕື່ມອີກ ປະກອບມີ: ການຂຶ້ນທະບຽນຜູ້ນໍາໃຊ້ລະບົບຖານຂໍ້ມູນ; ການແຈ້ງແຜນປະຈໍາປີຂອງບໍລິສັດ ຜ່ານລະບົບອອນລາຍ; ການຍື່ນໃບຄໍາຮ້ອງ ຂໍອະນຸຍາດນໍາເຂົ້າ ແລະ ສົ່ງອອກ ແບບອອນລາຍ; ການຮຽກເອີ້ນຂໍ້ມູນປະຫວັດການດໍາເນີນການຜ່ານມາ ແລະ ອື່ນໆທີ່ກ່ຽວຂ້ອງ.


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.