ຂ່າວສານ ແລະ ກິດຈະກຳ

ກອງປະຊຸມປຶກສາຫາລືການຄຸ້ມຄອງເຄມີແຫ່ງຊາດ ໃນວັນທີ 8 ພຶດສະພາ 2024 ທີ່ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ

ວັນທີ: 09-05-2024


Cover image

 

ໃນວັນທີ 8 ພຶດສະພານີ້ ກົມອຸດສາຫະກໍາ, ກະຊວງ​ອຸດສາຫະກໍາ​ ແລະ ການຄ້າ ຮ່ວມກັບ​ ພະແນກ​ອຸດສາຫະກຳ​ ແລະ​ ການຄ້າແຂວງ​ ສາລະວັນ ໄດ້ຈັດກອງປະຊຸມປຶກສາຫາລືການຄຸ້ມຄອງຖານຂໍ້ມູນເຄມີແຫ່ງຊາດຂຶ້ນ ໂດຍການເປັນປະທານຮ່ວມຂອງ​ ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງສາລະວັນ ແລະ ທ່ານ ໄວຍະກອນ ສີສະຫວັດ ຫົວໜ້າພະແນກຄຸ້ມຄອງເຄມີ, ກົມອຸດສາຫະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີຜູ້ຕາງໜ້າຂະແໜງການກ່ຽວຂ້ອງ, ພະນັກງານວິຊາການ ແລະ ຜູ້ປະກອບການໃນທົ່ວແຂວງເຂົ້າຮ່ວມ.

ໃນກອງປະຊຸມ​ ໄດ້ມີການຜ່ານບົດ​ນໍາສະເໜີ​ກ່ຽວກັບກົດໝາຍ ວ່າດ້ວຍການຄຸ້ມຄອງເຄມີ ສະບັບເລກທີ 07/ສພຊ, ລົງວັນທີ 10 ພະຈິກ 2016, ເຜີຍແຜ່ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 16/ສຫນຍ, ລົງວັນທີ 03 ມັງກອນ 2024 ວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເຄມີ; ນໍາສະເໜີ ຂໍ້ຕົກລົງ ວ່າດ້ວຍບັນຊີເຄມີອຸດສາຫະກຳ ສະບັບເລກທີ 0220/ອຄ.ກອຫ, ລົງວັນທີ 23 ມິນາ 2021; ນໍາສະເໜີ ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນບັນຊີເຄມີ, ນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານເຄມີ ສະບັບເລກທີ 1204/ອຄ.ກອຫ, ລົງວັນທີ 24 ທັນວາ 2020; ນຳສະເໜີ ຂໍ້ຕົກລົງວ່າດ້ວຍການສາງເກັບຮັກສາເຄມີສະບັບເລກທີ 0072/ອຄ.ກອຫ, ລົງວັນທີ 01 ກຸມພາ 2021; ຂໍ້ຕົກລົງວ່າດ້ວຍສະຫຼາກເຄມີສະບັບເລກທີ 0863/ອຄ.ກອຫ, ລົງວັນທີ 15 ກັນຍາ 2021; ອະທິບາຍປະຫວັດຄວາມເປັນມາຂອງຖານຂໍ້ມູນເຄມີແຫ່ງຊາດ ພ້ອມຝຶກການຂຶ້ນທະບຽນຜູ້ນໍາໃຊ້ລະບົບຂໍ້ມູນ, ການແຈ້ງແຜນປະຈຳປີຂອງບໍລິສັດ ຜ່ານລະບົບອອນລາຍ, ການຍື່ນໃບຄຳຮ້ອງ ຂໍອະນຸຍາດນຳເຂົ້າ ແລະ ສົ່ງອອກແບບອອນລາຍ ແລະ ການຮຽກເອີ້ນຂໍ້ມູນປະຫວັດການດຳເນີນການຜ່ານມາ ກ່ຽວກັບການນຳໃຊ້ຖານຂໍ້ມູນເຄມີ, ການຄຸ້ມຄອງເຄມີ, ສິ່ງແວດລ້ອມ,​ ການຄຸ້ມຄອງໂຮງງານ​ ແລະ​ ເຜີຍແຜ່ລະບຽບການທີ່​ກ່ຽວຂ້ອງ.​ ຈາກນັ້ນ​ ກໍ່ປຶກສາຫາລືປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງ ວ່າດ້ວຍ ການດຳເນີນທຸລະກິດບໍລິການຄວາມປອດໄພທາງເຄມີລວມມີ ເຊິ່ງວຽກງານຄຸ້ມຄອງເຄມີ ຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນ ຍ້ອນວ່າມັນຕິດພັນກັບຊີວິດການເປັນຢູ່ ແລະ ການພັດທະນາເສດຖະກິດ​-ສັງຄົມ ທຸກໆວັນຕ້ອງໄດ້ສຳພັດກັບເຄມີ ເຊັ່ນ: ຢາສີຟັນ, ຢາສະຜົມ, ແຟັບ, ສະບູ, ຢາຂ້າຍຸງ, ໃນການພັດທະນາເສດຖະກິດ-​ສັງຄົມ​ ບໍ່ວ່າຈະເປັນໂຮງງານອຸດສາຫະກຳປຸງແຕ່ງ, ກະສິກຳ, ສາທາລະນະສຸກ, ບໍ່ແຮ່ ແລະ ຂະແໜງການອື່ນໆ ກໍ່ລ້ວນແຕ່ມີການນຳໃຊ້ເຄມີ ເພື່ອປຸງແຕ່ງຜະລິດຕະພັນ, ປິ່ນປົວສຸຂະພາບ, ຂ້າສັດຕູພືດ, ຂ້າຫຍ້າ ແລະ ອື່ນໆ, ເຄມີແຕ່ລະຊະນິດລ້ວນແຕ່ມີ ຄຸນປະໂຫຍດ ແລະ ໂທດໃນລະດັບທີ່ແຕກຕ່າງກັນ​ຂື້ນກັບການນຳໃຊ້, ເກັບຮັກສາ, ບຳບັດ ແລະ ການກຳຈັດ ທີ່ຖືກຕ້ອງຕາມຫຼັກວິຊາການ​ ສຳລັບຢູ່ໃນທ້ອງຖິ່ນກໍ່ຄືຢູ່ໃນທົ່ວປະເທດຕ້ອງໄດ້ຄຸ້ມຄອງ-​ນໍາໃຊ້ ໃຫ້ມີຄວາມເໝາະສົມ ແລະ ສຶກສາຂໍ້ມູນຂອງເຄມີນັ້ນໆໃຫ້ລະອຽດ ເພື່ອຮັບປະກັນໃຫ້ແກ່ການນຳເຂົ້າ, ເຄື່ອນຍ້າຍ, ຈໍາໜ່າຍ, ເກັບຮັກສາ, ນໍາໃຊ້, ກຳຈັດ ແລະ ບຳບັດ ໃຫ້ຖືກຕ້ອງ, ສອດ ຄ່ອງຕາມຫຼັກວິຊາການ ແລະ ຮັບປະກັນບໍ່ໃຫ້ມີຜົນກະ ທົບຕໍ່ ສຸຂະພາບ, ຊີວິດ, ຊັບສິນ, ສິ່ງແວດລ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.