ຂ່າວສານ ແລະ ກິດຈະກຳ

ສປປ ລາວ ຮ່ວມມືກັບ ສ. ເກົາຫຼີ ສ້າງຍຸດທະສາດແຫ່ງຊາດກ່ຽວກັບການຕອບໂຕ້ອຸບປະຕິເຫດທາງເຄມີຢູ່ສະຖານທີ່ເຮັດວຽກ ໃນ ສປປ ລາວ

ວັນທີ: 23-07-2024


Cover image

 

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຮ່ວມມືກັບ ສ.ເກົາຫຼີ ຈັດຕັ້ງປະຕິບັດ ໂຄງການສ້າງຍຸດທະສາດແຫ່ງຊາດກ່ຽວກັບການຕອບໂຕ້ອຸບປະຕິເຫດທາງເຄມີຢູ່ສະຖານທີ່ເຮັດວຽກ​ໃນ ສປປ ລາວ ແລະ ໃນວັນທີ 18-19 ກໍລະກົດ 2024 ຄະນະຊ່ຽວຊານຈາກ ສ.ເກົາຫຼີ ຈຳນວນ 07 ທ່ານ ເຊິ່ງມາຈາກ ສຳນັກນັກງານສິ່ງແວດລ້ອມ ສ.ເກົາຫຼີ (Korea Environment Corporation ຫຼື K-eco) ໄດ້ເດີນທາງມາເຮັດວຽກຢູ່ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບວຽກງານຄຸ້ມຄອງເຄມີ ແລະ ເກັບກຳຂໍ້ມູນ ເພື່ອກະກຽມລິເລີ່ມປະຕິບັດໂຄງການ ເຊິ່ງໄລຍະເວລາການຈັດຕັ້ງປະຕິບັດໂຄງການແມ່ນ 11 ເດືອນ ສ່ວນໜ້າວຽກຂອງໂຄງການ ປະກອບມີ 07 ກິດຈະກໍາ ດັ່ງນີ້: 1). ເກັບກຳຂໍ້ມູນ ແລະ ຄົ້ນຄວ້າກ່ຽວກັບນະໂຍບາຍ, ກົດໝາຍ ແລະ ລະບົບທີ່ກ່ຽວພັນເຖິງຄວາມປອດໄພເຄມີ ຂອງ ສປປ ລາວ ແລະ ສ.ເກົາຫຼີ; 2). ຈັດກອງປະຊຸມສໍາມະນາແລກປ່ຽນດ້ານນະໂຍບາຍ ແລະ ລະບົບຕອບໂຕ້ອຸບປະຕິເຫດທາງເຄມີ; 3). ເກັບກຳຂໍ້ມູນກ່ຽວກັບການນໍາໃຊ້ ແລະ ເກັບຮັກສາເຄມີ ໃນ ສປປ ລາວ; 4). ສ້າງຄວາມເຂັ້ມແຂງໃນການຕອບໂຕ້ອຸບປະຕິເຫດທາງເຄມີ; 5).ສ້າງຍຸດທະສາດແຫ່ງຊາດກ່ຽວກັບການຕອບ ໂຕ້ອຸບປະຕິເຫດທາງເຄມີ ຢູ່ສະຖານທີ່ເຮັດວຽກ ໃນ ສປປ ລາວ; 6). ສ້າງຄູ່ມືດ້ານເຕັກນິກກ່ຽວກັບວິທີການຕອບໂຕ້ອຸບປະຕິເຫດທາງເຄມີ; ແລະ 7). ຈັດຫາອຸປະກອນພື້ນຖານໃນການຕອບໂຕ້ອຸບປະຕິເຫດທາງເຄມີ. ປະຈຸບັນແມ່ນກຳລັງລິເລີ່ມໂຄງການ.


©️ . ລະບົບຖານຂໍ້ມູນເຄມີແຫ່ງຊາດ. All rights reserved.