ວັນທີ: 18-03-2026
ໃນວັນທີ 10 ມີນາ 2026 ເວລາ 13:30 ໂມງ, ກົມອຸດສາຫະກໍາປຸງແຕ່ງ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ລົງເຄື່ອນໄຫວຕິດຕາມກວດກາ ແລະ ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ແຜນແຜນຄຸ້ມຄອງ ແລະ ແກ້ໄຂອຸບປະຕິເຫດທາງເຄມີ ຂອງບໍລິສັດ ລາວຊານຕາອາວເຄີ ວັດສະດຸໃໝ່ ຈໍາກັດຜູ້ດຽວ ຊຶ່ງຕັ້ງຢູ່ເຂດພັດທະນາກວມລວມໄຊເຊດຖາ, ບ້ານນາໂນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ໄວຍາກອນ ສີສາຫວັດ, ຫົວໜ້າພະແນກຄຸ້ມຄອງເຄມີ, ກົມອຸດສາຫະກຳປຸງແຕ່ງ ແລະ ມີຜູ້ເຂົ້າຮ່ວມທັງໝົດ 18 ທ່ານ, ຊຶ່ງປະກອບມີ ກົມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແລະ ບໍລິສັດ. ຈຸດປະສົງຫຼັກ ຂອງກອງປະຊຸມ ແມ່ນແນໃສ່:
ໃນຕອນທ້າຍຂອງກອງປະຊຸມ, ຄະນະກວດກາ ແລະ ບໍລິສັດ ໄດ້ຮ່ວມກັນປຶກສາຫາລືກ່ຽວກັບແຜນການປ້ອງກັນໃນໄລຍະຍາວ ເພື່ອຮັບປະກັນບໍ່ໃຫ້ເກີດເຫດການຮົ່ວໄຫຼຊໍ້າຮອຍຂຶ້ນອີກ, ລວມເຖິງການກຳນົດມາດຕະຖານໃນການກຳຈັດ ຫຼື ບຳບັດສິ່ງເສດເຫຼືອເຄມີ ໃຫ້ຖືກຕ້ອງຕາມລະບຽບການ ແລະ ຫຼັກການທາງດ້ານເຕັກນິກຢ່າງເຂັ້ມງວດ ກອງປະຊຸມໄດ້ປິດລົງ ໃນເວລາ 16:30 ໂມງ ຂອງວັນດຽວກັນ.