ວັນທີ: 10-06-2026
ໃນລະຫວ່າງວັນທີ 3-5 ມິຖຸນາ 2026 ກົມອຸດສາຫະກຳປຸງແຕ່ງ ກະຊວງອຸດສາຫະກຳ ແລະ ການຄ້າ ນຳໂດຍ ທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ໄດ້ລົງເຄື່ອນໄຫວວຽກງານຄຸ້ມຄອງເຄມີ ຢູ່ແຂວງອຸດົມໄຊ. ໃນການລົງເຮັດວຽກໃນຄັ້ງນີ້ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງວຽກງານເຄມີ, ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ລະຫວ່າງກົມອຸດສາຫະກຳປຸງແຕ່ງ ແລະ ພະແນກອຸດ ສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ປອ ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດ ສາຫະກຳປຸງແຕ່ງ ໂດຍມີຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງອຸດສາຫະກຳ ແລະ ວິຊາການເຂົ້າຮ່ວມ ລວມທັງໝົດ 12 ທ່ານ. ກອງປະຊຸມດັ່ງກ່າວ ໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເຄມີ, ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ວຽກງານປິ່ນອ້ອມ ເປັນຕົ້ນ ກົນໄກການປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນ ຫຼັງຈາກນັ້ນ, ຈຶ່ງໄດ້ປຶກສາຫາລືກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນວຽກງານຄຸ້ມຄອງວຽກງານໃນໄລຍະຜ່ານມາ ແລະ ແຜນໃນການຄຸ້ມຄອງໃນຕໍ່ໜ້າ.
ນອກຈາກນັ້ນ, ກົມອຸດສາຫະກຳປຸງແຕ່ງ ໄດ້ສົມທົບກັບ ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ແລະ ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ລົງຊຸກຍູ້ສົ່ງເສີມ ແລະ ຕິດຕາມກວດກາ ສອງໂຮງງານຄື: ໂຮງງານຜະລິດທາດອາຊິດຊຸນຟູຮິກ ຂອງບໍລິສັດ ລາວຊິນອານພັດທະນາອຸດສາຫະກຳ ຈຳກັດຜູ້ດຽວ ເຊິ່ງຕັ້ງຢູ່ບ້ານຕອງ, ເມືອງປາກແບງ, ແຂວງອຸດົມໄຊ ແລະ ໂຮງງານຜະລິດປຸ໋ຍເຄມີ ຂອງບໍລິສັດ ເມືອງໄຊໂຮງງານຜະລິດປຸ໋ຍປະສົມ ຈຳກັດ ທີ່ຕັ້ງຢູ່ບ້ານນາແສນຄຳ, ເມືອງໄຊ, ແຂວງອຸດົມໄຊ.