ວັນທີ: 10-06-2026
ນະຄອນຫຼວງວຽງຈັນ, 9 ມິຖຸນາ 2026 - ພິທີລົງນາມບົດບັນທຶກກອງປະຊຸມປຶກສາຫາລື ກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການສ້າງຕັ້ງໂຮງງານປຸງແຕ່ງທາດເຄມີ ໃນ ສປປ ລາວ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ຫ້ອງປະຊຸມ ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປະລິຍາເອກ ບຸນເພັງ ສີບຸນເຮືອງ, ຫົວໜ້າກົມອຸດສາຫະກໍາປຸງແຕ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະກົມ, ຫົວໜ້າພະແນກ, ວິຊາການທີ່ກ່ຽວຂ້ອງ ແລະ ຜູ້ອຳນວຍການ ພ້ອມດ້ວຍຄະນະບໍລິຫານຈາກ 3 ບໍລິສັດ ເຂົ້າຮ່ວມ.
ການເຊັນບົດບັນທຶກໃນຄັ້ງນີ້ ເປັນການສືບຕໍ່ຈາກກອງປະຊຸມປຶກສາຫາລື ທີ່ໄດ້ຈັດຂຶ້ນໃນຄັ້ງວັນທີ 28 ພຶດສະພາ 2026 ທີ່ຜ່ານມາ ລະຫວ່າງກົມອຸດສາຫະກຳປຸງແຕ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບບໍລິສັດ ລາວຊານຕ້າອາວເຄີ້ ວັດສະດຸໃໝ່ ຈໍາກັດຜູ້ດຽວ, ບໍລິສັດ ລາວເພິງເວີຍ ມາຍນິ່ງ ຈໍາກັດຜູ້ດຽວ, ແລະ ບໍລິສັດ ໂກໂບຢູນຽນ ຈໍາກັດ. ເຊິ່ງກຸ່ມບໍລິສັດດັ່ງກ່າວ ເປັນຜູ້ທີ່ມີປະສົບການ ແລະ ຄວາມຊ່ຽວຊານສູງໃນການຜະລິດທາດເຄມີ ມາຕັ້ງແຕ່ປີ 2000, ມີໂຮງງານຜະລິດຢູ່ ສປ ຈີນ ຈໍານວນ 3 ແຫ່ງ ແລະ ໄດ້ຮັບຮອງຢັ້ງຢືນສິດທິບັດລະດັບຊາດຫຼາຍເຖິງ 89 ລາຍການ. ທາດເຄມີທີ່ຜະລິດແມ່ນເພື່ອນໍາໃຊ້ໃນອຸດສາຫະກໍາເອເລັກໂຕຣນິກ, ແຮ່ທາດ ແລະ ອຸດສາຫະກໍາອື່ນໆ. ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ແມ່ນເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງໂຮງງານປຸງແຕ່ງທາດເຄມີຢູ່ ສປປ ລາວ ໂຄງການດັ່ງກ່າວມີແຜນຈະສ້າງຕັ້ງຂຶ້ນຢູ່ ເຂດເສດຖະກິດພິເສດທ່າແຂກ, ແຂວງຄໍາມ່ວນ ເພື່ອແນໃສ່ສະໜອງທາດເຄມີໃຫ້ແກ່ບັນດາໂຮງງານ ແລະ ໂຄງການຕ່າງໆ ພາຍໃນປະເທດ.
ໃນພິທີ, ທ່ານ ປອ. ບຸນເພັງ ສີບຸນເຮືອງ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນ ເພື່ອຊີ້ນຳ ແລະ ສະແດງຄວາມຊົມເຊີຍຕໍ່ຄວາມຮ່ວມມືໃນຄັ້ງນີ້. ຈາກນັ້ນ, ກໍໄດ້ມີພິທີລົງນາມຢ່າງເປັນທາງການ ໂດຍຕາງໜ້າໃຫ້ແກ່ກົມອຸດສາຫະກຳປຸງແຕ່ງ, ກະຊວງ ອຄ ເຊັນໂດຍ ທ່ານ ປອ.ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ແລະ ຕາງໜ້າໃຫ້ແກ່ຝ່າຍບໍລິສັດ ເຊັນໂດຍ ທ່ານຜູ້ອຳນວຍການ ບໍລິສັດ ລາວຊານຕ້າອາວເຄີ້ ວັດສະດຸໃໝ່ ຈໍາກັດຜູ້ດຽວ, ບໍລິສັດ ລາວເພິງເວີຍ ມາຍນິ່ງ ຈໍາກັດຜູ້ດຽວ, ແລະ ບໍລິສັດ ໂກໂບຢູນຽນ ຈໍາກັດ, ພ້ອມທັງໄດ້ຮ່ວມກັນຖ່າຍຮູບຮູບເປັນທີ່ລະນຶກ ເພື່ອຈົດບັນທຶກຂີດໝາຍຄວາມຮ່ວມມືອັນສໍາຄັນໃນຄັ້ງນີ້.